ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊຽງຄໍ້ ແຂວງຫົວພັນ


    ນັບແຕ່ວັນທີ 2-3 ມິຖຸນາ 2023 ນີ້, ສະຫາຍ ພົນຕີ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍ ຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊຽງຄໍ້ ໂດຍການຕ້ອນຮັບຂອງ ສະຫາຍ ເພີດ ມາປັນຍາ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຫົວ ພັນ ພ້ອມດ້ວຍບັນດາ ພະແນກການຂອງແຂວງ, ຂອງເມືອງຊຽງຄໍ້ ເຂົ້າຮ່ວມຕ້ອນຮັບຢູ່ເດີນກິລາເມືອງຊຽງຄໍ້. ການມາຢ້ຽມຢາມ ເເລະ ເຮັດວຽກຄັ້ງນີ້ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ໂອ້ລົມ ອໍານາດການປົກຄອງ ພໍ່ແມ່ປະຊາຊົນ ເຂດກຸ່ມບ້ານລາວຮຸ່ງ-ພຽງສາ ໂດຍໄດ້ຖືກຕ້ອນຮັບຢ່າງອົບອຸ່ນຈາກການນໍາເມືອງ ຊຽງຄໍ້, ອໍານາດການປົກຄອງ, ພໍ່ແມ່ປະຊາຊົນ ເຂດກຸ່ມບ້ານລາວຮຸ່ງ-ພຽງສາ ຈໍານວນ 9 ບ້ານ ຢູ່ທີ່ສະໂມສອນກຸ່ມບ້ານດັ່ງກ່າວ, ສະຫາຍ ສອນເພັດ ບົວສົມ ແພງ ຮັກສາການຫົວຫນ້າຫ້ອງວ່າການປົກຄອງເມືອງຊຽງຄໍ້ ໄດ້ຂຶ້ນຜ່ານສະພາບການໂດຍຫຍໍ້ ຂອງເມືອງຊຽງຄໍ້ ເຊິ່ງເປັນເມືອງວິລະຊົນ, ເປັນເມືອງປະກາດ ສ້າງຕັ້ງກອງຮ້ອຍລາດສະວົງ ຢູ່ສະຖານທີ່ຖໍ້າແມ ແລະ ປະຊາຊົນບັນດາເຜົ່າກໍ່ມີມູນເຊື້ອຮັກຊາດ, ຮັກບ້ານເກີດເມືອງນອນ, ຮັກລະບອບໃໝ່ ມີຄວາມສາມະຄີ ເປັນເອກະພາບບັນດາ ເຜົ່າ, ມີມູນເຊື້ອດຸໝັ້ນຂະຫຍັນພຽນ, ມີແຫຼ່ງນໍ້າ, ມີປ່າໄມ້, ມີພື້ນທີ່ທໍາການຜະລິດ, ມີພື້ນຖານວັດທະນະທໍາ ເປັນເອກະລັກຂອງເຜົ່າ ມີ 3 ທ່າແຮງປູກພືດເປັນສີ້ນຄ້າ, ການສ້າງການບໍລິການ ແລະ ການທ່ອງທຽວ, ກຸ່ມບ້ານລາວຮຸ່ງ-ພຽງສາ ເປັນເຂດຈຸດສຸມຂອງລັດຖະບານ ໃນການສ້າງບ້ານນ້ອຍ ໃນຊົນນະບົດ ກາຍເປັນບ້ານ 3 ສ້າງຂອງເມືອງໃນປະຈຸບັນນີ້ ໄດ້ກາຍເປັນຈຸດສຸມເພື່ອເປັນການພັດທະນາເຊິ່ງປະກອບມີ 9 ບ້ານຂື້ນກັບຄື: ບ້ານແກ່ວແວ່ນ, ບ້ານພຽງໂຮມ , ບ້ານດິນແດງ, ບ້ານຜາເຜົ່າ, ບ້ານນາຄ້າງ, ບ້ານພຽງສາ, ບ້ານຜາລອງ, ບ້ານກໍ່ໄຮ, ບ້ານແກ່ວລົມ, ມີ 1.352 ຄອບຄົວ, ມີພົນລະເມືອງ 2.600 ຄົນ, ຍິງ 1.451 ຄົນ, ປະກອບມີ 2 ຊົນເຜົ່າຄື ເຜົ່າມົ້ງ ແລະ ເຜົ່າຊິງມູນ ຢູ່ຮ່ວມກັນດ້ວຍຄວາມສາມະຄີປອງດອງ ເບີກບານມ່ວນຊື່ນ ແລະ ສັນຕິສຸກໂດຍຕະ ຫຼອດມາ. ໃນໂອກາດດຽວກັນນີ້ ສະຫາຍ ພົນຕີ ວົງຄໍາ ພົມມະກອນ ໄດ້ມີຄໍາເຫັນຊີ້ແຈງຫຼາຍບັນຫາ ທີ່ສໍາຄັນໃນການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ຈຸດປະສົງ ແມ່ນນໍາພາຄະນະມາກວດເບິ່ງເສັ້ນທາງເພື່ອກະກຽມ ກໍ່ສ້າງເສັ້ນທາງ ເຂດລາວຮຸ່ງ-ພຽງສາ ຫາຖໍ້າແມ ແລະ ເຂດເສັ້ນທາງມອງນໍ້າ ໃຫ້ສໍາເລັດຕາມ ແຜນການທີ່ວາງໄວ້ ແລະ ຈະສຸມໃສ່ພັດທະນາບັນດາຫມູ່ບ້ານ ໃຫ້ໄດ້ຊົມໃຊ້ນໍ້າລິນເປັນປົກກະຕິ ແລະ ສະຫາຍຍັງໄດ້ໂອ້ລົມ ການນໍາເມືອງ ອໍານາດການປົກ ຄອງ, ພໍ່ແມ່ປະຊາຊົນ ຈົ່ງພ້ອມກັນປະກອບສ່ວນ ເຮັດວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ສົມທົບ ແໜ້ນລະຫວ່າງຂັ້ນເທິງຫາຂັ້ນລຸ່ມເຮັດໃຫ້ ຂອບເຂດຕົນເອງ ຮັບຜິດຊອບມີຄວາມສະຫງົບປອດໄພໂດຍພື້ນຖານ ເພີ່ມທະວີຄວາມສາມະຄີໃຫ້ໜັກແໜ້ນ ເອົາໃຈໃສ່ພັດທະນາຄອບຄົວ, ພັດທະນາເສດ ຖະກິດ ແກ້ໄຂຊີວິການເປັນຢູ່ ຂອງພໍ່ແມ່ປະຊາຊົນໃຫ້ນັບມື້ດີຂຶ້ນເປັນກ້າວໆ ພ້ອມນີ້ ຍັງໄດ້ມອບເງິນຊ່ວຍເຫຼືອໃຫ້ ຈໍານວນ 9 ບ້ານ ເຂດລາວ-ຮຸ່ງພຽງສາ ບ້ານ ລະ 3 ລ້ານກີບ. ໃນນີ້ຄະນະຜູ້ແທນຍັງໄດ້ເດີນທາງໄປເບິ່ງໂຄງການກໍ່ສ້າງຖໍ້າແມອະນຸສອນສະຖານກອງຮ້ອຍລາດສະວົງສະໄຫມ 25 ທ່ານ ນໍາອີກ.


ແຫຼ່ງທີ່ມາ:ນາງ ຄຳ​ມະ​ນີ ແສງ​ມະ​ນີ
ວັນທີ 08/06/2023